ແຈ້ງການ

ເອກະສານ ສິ່ງແວດລ້ອມ ແລະ ສັງຄົມ (ໂຄງການ GPE III-LEAP)

ພາບລວມ:

ໂຄງການ GPEIII:LEAP ກຳລັງດຳເນີນ ການສະເໜີຂໍທຶນເພີ້ມ ແລະ ຂະຫຍາຍເວລາຂອງໂຄງການ ເພື່ອຊຸກຍູ້ໂຄງການໃຫ້ບັນລຸເປົ້າໝາຍ ແລະ ຕົວຊີ້ບອກ. ເຊິ່ງໃນຂະບວນການຂໍທຶນເພີ້ມ ແມ່ນຈໍາເປັນຕ້ອງປັບປຸງແຜນການມີສ່ວນຮ່ວມ(SEP) ຈາກທຸກພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ລວມທັງ ພາກສ່ວນທີ່ຈະໄດ້ຮັບຜົນປະໂຫຍດ ເພື່ອລວບລວມຄໍາຄິດເຫັນ, ຄວາມເປັນເອກະພາບຕໍ່ແນວທາງການຮັບທຶນ ແລະ ກິດຈະກໍາເພີ້ມ.

ຈຸດປະສົງ:

ການເຜີຍແຜ່ເອກະສານຂອງ ກອບການຄຸ້ມຄອງຄວາມສ່ຽງທາງສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ຂໍທືນເພີ້ມ ແມ່ນເພື່ອ ສັງລວມການມີສ່ວນຮ່ວມຈາກທຸກພາກສ່ວນທີ່ກ່ຽວຂອງ ໃນຂັ້ນສູນກາງ ເຖິງ ຂັ້ນທ້ອງຖິ່ນ ແລະ ປະກອບເຂົ້າໃນ ແຜນການມີສ່ວນຮ່ວມຂອງໂຄງການ(SEP) ເພື່ອສະໜອງໃຫ້ເອກະສານການສະເໜີຂໍທຶນເພີ້ມ.

 ລາຍການເອກະສານ ຄັດຕິດ:

ລດ

ລາຍການເອກະສານ

1

ແຜນພັນທະການຄຸ້ມຄອງຄວາມສ່ຽງທາງສິ່ງແວດລ້ອມ-ສັງຄົມ ຂອງໂຄງການ (ສະບັບ ປັບປຸງຫລ້າສຸດ)

Environmental and social commitment plan (ESCP)

2

ກອບການດຳເນີນການຄຸ້ມຄອງຄວາມສ່ຽງທາງສິ່ງແວດລ້ອມ-ສັງຄົມ ຂອງໂຄງ (ສະບັບ ປັບປຸງຫລ້າສຸດ)

Environmental and social management framework (ESMF)

3

ແຜນການມີສ່ວນຮ່ວມກັບພາກສ່ວນທີ່ກ່ຽວຂ້ອງແລະຜູ້ທີ່ໄດ້ຮັບຜົນປະໂຫຍດ (ສະບັບ ປັບປຸງຫລ້າສຸດ)

Stakeholder engagement plan (SEP)

ລາຍລະອຽດໃນການຕິດຕໍ່ ແລະ ປະກອບຄຳເຫັນ:
ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ເບີໂທ: +856-021-243672
ອີເມວ: This email address is being protected from spambots. You need JavaScript enabled to view it./ This email address is being protected from spambots. You need JavaScript enabled to view it.

ປະກາດ

  • ຕົວຢ່າງ: ປະກາດ 1
  • ຕົວຢ່າງ: ປະກາດ 2
  •