ເນື່ອງໃນໂອກາດວັນຄູແຫ່ງຊາດ

43

ທ່ານ ນາງ ສີສົມພອນ ນວນຜາລີ ຜູ້ອຳນວຍການໂຮງຮຽນອະນຸບານ

ກະຊວງສາທາລະນະສຸກ ໃຫ້ສຳພາດ ໃນວັນທີ 2 ຕຸລາ 2024 ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 30 ປີ (7/10/1994-7/10/2024) ໂດຍທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງຄູ ເຊິ່ງຄູ ຄືຜູ້ທີ່ມີຄວາມສຳຄັນຫລາຍ ໃນການພັດທະນາ ຊັບພະຍາກອນມະນຸດ, ເປັນຜູ້ຖ່າຍທອດຄວາມຮູ້, ຄວາມສາມາດໃຫ້​ແກ່ສັງຄົມ ກໍຄື ທຸກຄົນ ນັບແຕ່ຍັງນ້ອຍ ຈົນເທົ້າໃຫຍ່ ໃຫ້ເປັນຄົນຮູ້ຜູ້ດີ, ມີຄວາມຮູ້, ຄວາມສາມາດ ໃນດ້ານຕ່າງໆ ກ່າວໄປສູ່ການພັດທະນາປະເທດຊາດ ໃຫ້ໄດ້ຮັບການພັດທະນາ ຈົນຮອດປັດຈຸບັນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນໃນໄລຍະ 1 ປີ ຜ່ານມາ ເຊິ່ງໂຮງຮຽນອະນຸບານ ກະຊວງສາ ທາລະນະສຸກ ສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ວຽກງານການສິດສອນ ໄດ້ເອົາໃຈໃສ່ຕໍ່ວຽກງານການເບິ່ງແຍງ, ລ້ຽງດູ, ສິດສອນເດັກ, ເດັກກ່ອນໄວຮຽນ ແລະ ຈັດການຮຽນ-ການສອນ ໃຫ້ໄປຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ, ສອນຕາມແຜນການ ຂອງໂຮງຮຽນວາງອອກ ໂດຍຖືເອົາເດັກເປັນໃຈກາງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ ຕໍ່ວຽກງານອະນາໄມ, ປະດັບປະດາຫ້ອງໃຫ້ສະອາດສວຍງາມ, ນໍາພາເດັກອອກຫລິ້ນກາງແຈ້ງ, ພ້ອມທັງເຂົ້າຮ່ວມໂມງສອນຖອດຖອນບົດ ຮຽນພາຍໃນໂຮງຮຽນ ເພື່ອເປັນການຍົກສູງຄຸນນະພາບຂອງຄູສອນ. ນອກຈາກການສິດສອນໃນຫ້ອງແລ້ວ, ຄູຍັງໄດ້ນໍາພາເດັກອອກສອນນອກຫ້ອງ, ເຂົ້າຫ້ອງສະໝຸດ ເພື່ອເຮັດໃຫ້ເດັກໄດ້ ພັດທະນາ ຄວາມພ້ອມ ໃນດ້ານຕ່າງໆຕາມໄວອາຍຸ ​ແລະ ໄດ້ປະເມີນຜົນການຮຽນຮູ້ຂອງເດັກ ຫລັງຈາກຈັດກິດຈະກໍາແລ້ວ

47

ແຈ້ງການ

ເອກະສານ ສິ່ງແວດລ້ອມ ແລະ ສັງຄົມ (ໂຄງການ GPE III-LEAP)

ພາບລວມ:

ໂຄງການ GPEIII:LEAP ກຳລັງດຳເນີນ ການສະເໜີຂໍທຶນເພີ້ມ ແລະ ຂະຫຍາຍເວລາຂອງໂຄງການ ເພື່ອຊຸກຍູ້ໂຄງການໃຫ້ບັນລຸເປົ້າໝາຍ ແລະ ຕົວຊີ້ບອກ. ເຊິ່ງໃນຂະບວນການຂໍທຶນເພີ້ມ ແມ່ນຈໍາເປັນຕ້ອງປັບປຸງແຜນການມີສ່ວນຮ່ວມ(SEP) ຈາກທຸກພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ລວມທັງ ພາກສ່ວນທີ່ຈະໄດ້ຮັບຜົນປະໂຫຍດ ເພື່ອລວບລວມຄໍາຄິດເຫັນ, ຄວາມເປັນເອກະພາບຕໍ່ແນວທາງການຮັບທຶນ ແລະ ກິດຈະກໍາເພີ້ມ.

ຈຸດປະສົງ:

ການເຜີຍແຜ່ເອກະສານຂອງ ກອບການຄຸ້ມຄອງຄວາມສ່ຽງທາງສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ຂໍທືນເພີ້ມ ແມ່ນເພື່ອ ສັງລວມການມີສ່ວນຮ່ວມຈາກທຸກພາກສ່ວນທີ່ກ່ຽວຂອງ ໃນຂັ້ນສູນກາງ ເຖິງ ຂັ້ນທ້ອງຖິ່ນ ແລະ ປະກອບເຂົ້າໃນ ແຜນການມີສ່ວນຮ່ວມຂອງໂຄງການ(SEP) ເພື່ອສະໜອງໃຫ້ເອກະສານການສະເໜີຂໍທຶນເພີ້ມ.

 ລາຍການເອກະສານ ຄັດຕິດ:

ລດ

ລາຍການເອກະສານ

1

ແຜນພັນທະການຄຸ້ມຄອງຄວາມສ່ຽງທາງສິ່ງແວດລ້ອມ-ສັງຄົມ ຂອງໂຄງການ (ສະບັບ ປັບປຸງຫລ້າສຸດ)

Environmental and social commitment plan (ESCP)

2

ກອບການດຳເນີນການຄຸ້ມຄອງຄວາມສ່ຽງທາງສິ່ງແວດລ້ອມ-ສັງຄົມ ຂອງໂຄງ (ສະບັບ ປັບປຸງຫລ້າສຸດ)

Environmental and social management framework (ESMF)

3

ແຜນການມີສ່ວນຮ່ວມກັບພາກສ່ວນທີ່ກ່ຽວຂ້ອງແລະຜູ້ທີ່ໄດ້ຮັບຜົນປະໂຫຍດ (ສະບັບ ປັບປຸງຫລ້າສຸດ)

Stakeholder engagement plan (SEP)

ລາຍລະອຽດໃນການຕິດຕໍ່ ແລະ ປະກອບຄຳເຫັນ:
ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ເບີໂທ: +856-021-243672
ອີເມວ: This email address is being protected from spambots. You need JavaScript enabled to view it./ This email address is being protected from spambots. You need JavaScript enabled to view it.

ປະກາດ

  • ຕົວຢ່າງ: ປະກາດ 1
  • ຕົວຢ່າງ: ປະກາດ 2
  •